ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານຢູ່ກອງພົນທະຫານຮາບທີ 4

ກອງພົນທີ 4 ປະກາດການຈັດຕັ້ງ ພິທີ​ປະກາດ ສະພາວິທະຍາສາດ ​ໃນ​ວັນ​ທີ 23/02/2024

     ໃນວັນທີ 23 ກຸມພາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 2 ກອງພົນທີ 4 ໄດ້ປະກາດການຈັດຕັ້ງສະພາວິທະຍາສາດ-ປະຫວັດສາດ ການ
ທະຫານ ຂັ້ນຮາກຖານຂອງກອງພົນທີ 4 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກກົມ,
ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະ
ພັກກອງພົນ ຫົວໜ້າການເມືອງກອງພົນ, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຮອງເລຂາຄະນະພັກກອງພົນ ຫົວໜ້າການທະຫານກອງ
ພົນ, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ອົງການ 5 ຫ້ອງ, ພະແນກການ, ວິຊາການກ່ຽວຂ້ອງ ເຂົ້າຮ່ວມພ້ອມພຽງ.

     ໃນພິທີ ສະຫາຍ ພັນໂທ ອູເທບ ພົມມະເທດ ຄະນະພັກຮາກຖານກົມ, ຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດ
ການທະຫານ ກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດ
ສາດ ການທະຫານ ຂັ້ນຮາກຖານຂອງກອງພົນທີ 4, ກະຊວງປ້ອງກັນປະເທດຕົກລົງ: ແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ
ຂັ້ນຮາກຖານ ຂອງກອງພົນທີ 4 ລະອຽດຄື: ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ເປັນປະທານ, ສະຫາຍ ພົນຈັດ
ຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ເປັນຮອງປະທານ, ສະຫາຍ ພັນໂທ ບຸນເລັ່ງ ສີຄໍາລຽນ ຫົວໜ້າພະແນກວິທະຍາສາດ-ປະຫວັດ
ການທະຫານກອງພົນ ເປັນຜູ້ປະຈໍາການ, ສະຫາຍ ພັນເອກ ຈັນແດງ ຂຸນຍູລາດ ຮອງການເມືອງກອງພົນ ເປັນກໍາມະການ, ສະຫາຍ ພັນໂທ ບຸນ
ທັນ ແກ້ວພູວົງ ຮອງຫົວໜ້າການທະຫານກອງພົນ ເປັນຄະນະ, ສະຫາຍ ພັນເອກ ວິເລີດ ສວຍມາລີ ຮອງຫົວໜ້າກອງພົນຮັບຜິດຊອບວຽກງານ
ພະລາທິການ ເປັນຄະນະ, ສະຫາຍ ພັນເອກ ທອງເດືອນ ໄຊຍະລາດ ຮອງຫົວໜ້າກອງພົນ ຮັບຜິດຊອບວຽກງານເຕັກນິກເປັນຄະນະ, ສະຫາຍ
ພັນເອກ ຄໍາໄພ ໄຊສົງຄາມ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງພົນເປັນຄະນະ, ສະຫາຍ ພັນໂທ ໄຊບັນດິດ ນວນຈັນ ຫົວໜ້າພະແນກອົບຮົມ
ເປັນຄະນະ, ສະຫາຍ ພັນໂທ ບຸນລ້ວນ ໄຊຍະລາດ ຫົວໜ້າພະແນກສູ້ຮົບ ເປັນຄະນະ ແລະ ສະຫາຍ ພັນໂທ ເສິກ ສຸລິສັກ ຫົວໜ້າພະແນກການ
ເງິນ ເປັນຄະນະ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບຟັງການສະຫຼຸບຫຍໍ້ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາກ່ຽວກັບວຽກງານວິທະຍາສາດ-ປະຫວັດ
ສາດ ຂອງກອງພົນ ທີ່ຂຶ້ນສະເໜີໂດຍ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນ, ປະທານສະພາວິທະຍາສາດ-ປະ
ຫວັດສາດ ການທະຫານ ກອງພົນຕື່ມອີກ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາພັກກົມ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະ
ເທດ, ກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ- ຄະນະບັນຊາກອງພົນ ຕະຫຼອດ
ຮອດຜູ້ທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າໃນສະພາວິທະຍາສາດ-ປະຫວັດສາດການທະຫານ ໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮູ້-ຄວາມສາມາດຂອງຕົນ
ໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການຕິດຕາມ-ກວດກາ, ເກັບກໍາຂໍ້ມູນ ແລະ ລົງເລິກກັບບັນດາຜົນງານຂອງກອງພົນໃນໄລຍະຜ່ານມາ, ປະຫວັດສາດ,
ມູນເຊື້ອ ບັນດາກົມກອງວິລະຊົນ ໄປເຖິງການເກັບກໍາ ບັ້ນຮົບບັ້ນຕີຕ່າງໆ ຂຽນເປັນບົດ ສົ່ງໃຫ້ກົມວິທະຍາສາດ -ປະຫວັດສາດ ການທະຫານ ກະ
ຊວງປ້ອງກັນປະເທດ ເພື່ອໄປຕີແຜ່ອອກສື່ຕ່າງໆໃນກອງທັບ ແລະ ພິມເປັນວາລະສານ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນ
ປະເທດ.

ແຫຼ່ງຂ່າວໂດຍ ຮ້ອຍໂທ ໂພຄໍາ ພອນປະເສີດ
ວັນທີ 27/02/2024